Satya Nadella
ຫົວໜ້າເຈົ້າໜ້າທີ່ບໍລິຫານ
ຢູ່ Microsoft, ພະລາກິດຂອງພວກເຮົາແມ່ນເພື່ອຊ່ວຍໃຫ້ທຸກຄົນ ແລະ ທຸກອົງກອນຢູ່ໃນໂລກປະສົບຜົນສຳເລັດຫຼາຍຂື້ນ. ພວກເຮົາກຳລັງເຮັດສິ່ງນີ້ໂດຍການສ້າງຄລາວທີ່ສະຫຼາດ, ຟື້ນຟູຜົນຜະລິດ ແລະ ຂະບວນການທາງທຸລະກິດ ແລະ ເຮັດການໃຊ້ຄອມພິວເຕີເປັນແບບສ່ວນຕົວຫຼາຍຂື້ນ. ໃນທັງໝົດຂອງສິ່ງນີ້, ພວກເຮົາຈະຮັກສາຄຸນຄ່າຕະຫຼອດການ ຂອງຄວາມເປັນສ່ວນຕົວ ແລະ ຮັກສາຄວາມສາມາດສຳລັບທ່ານໃນການຄວບຄຸມຂໍ້ມູນຂອງທ່ານ.
ນີ້ເລີ່ມຕົ້ນດ້ວຍການຮັບປະກັນວ່າທ່ານໄດ້ຮັບທາງເລືອກທີ່ມີຄວາມໝາຍກ່ຽວກັບວ່າ ຂໍ້ມູນຖືກເກັບເອົາ ແລະໃຊ້ແນວໃດ ແລະ ຍ້ອນຫຍັງ, ແລະ ຮັບປະກັນວ່າທ່ານມີຂໍ້ມູນທີ່ທ່ານຕ້ອງການເພື່ອສ້າງທາງເລືອກທີ່ຖືກຕ້ອງສຳລັບທ່ານທົ່ວທຸກຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ.
ພວກເຮົາກຳລັງເຮັດວຽກເພື່ອສ້າງຄວາມເຊື່ອໝັ້ນໃກ້ແກ່ທ່ານໃນແຕ່ລະວັນໂດຍການເນັ້ນໝັກໃສ່ຫົກຫຼັກການຄວາມເປັນສ່ວນຕົວທີ່ສຳຄັນ:
ຫຼັກການເຫຼົ່ານີ້ປະກອບເປັນພື້ນຖານໃຫ້ແກ່ວິທີການຂອງ Microsoft ໃນດ້ານຄວາມເປັນສ່ວນຕົວ ແລະ ຈະສືບຕໍ່ກຳນົດແບບວິທີທີ່ພວກເຮົາສ້າງຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ. ສຳລັບລູກຄ້າວິສາຫະກິດ ແລະ ທຸລະກິດ, ໃຫ້ກວດເບິ່ງ ສູນຄວາມເຊື່ອໝັ້ນຂອງ Microsoft ເພື່ອຊອກຮູ້ວ່າ ພວກເຮົາປົກປ້ອງຂໍ້ມູນຂອງທ່ານໃນ Microsoft Cloud ແນວໃດ.
ໃນສ່ວນທີ່ເຫຼືອຂອງເວັບໄຊທ໌ນີ້, ທ່ານຈະເຫັນລິ້ງເຊື່ອມໂຍງຫາຂໍ້ມູນເພີ່ມເຕີມ ແລະ ການຄວບຄຸມເພື່ອເຮັດໃຫ້ທ່ານສາມາດເຮັດການຕັດສິນທີ່ຖືກຕ້ອງສຳລັບທ່ານໄດ້. ແລະ ພວກເຮົາກຳລັງເຮັດວຽກຢ່າງຕໍ່ເນື່ອງເພື່ອປັບປຸງ, ດັ່ງນັ້ນ ຖ້າທ່ານສັງເກດເຫັນວ່າມີບາງຢ່າງໃນຜະລິດຕະພັນ ແລະ ການບໍລິການຂອງພວກເຮົາ ບໍ່ເຮັດວຽກໃນແບບທີ່ທ່ານຄາດໄວ້ ໃນເວລາມັນເຂົ້າມາໃນຄວາມເປັນສ່ວນຕົວ, ກະລຸນາແຈ້ງໃຫ້ພວກເຮົາຮູ້.
Microsoft ເກັບເອົາຂໍ້ມູນເພື່ອຊ່ວຍໃຫ້ທ່ານເຮັດໄດ້ຫຼາຍຂຶ້ນ. ເພື່ອເຮັດສິ່ງນີ້, ພວກເຮົາໃຊ້ຂໍ້ມູນທີ່ພວກເຮົາເກັບເອົາເພື່ອສະໜອງ ແລະ ປັບປຸງຜະລິຕະພັນ, ການບໍລິການ ແລະ ອຸປະກອນຂອງພວກເຮົາ, ໃຫ້ທ່ານມີປະສົບການແບບສ່ວນຕົວ ແລະ ເພື່ອຊ່ວຍເຮັດໃຫ້ທ່ານປອດໄພ. ເຫຼົ່ານີ້ແມ່ນບາງປະເພດຂໍ້ມູນທົ່ວໄປທີ່ສຸດທີ່ພວກເຮົາເກັບເອົາ.

ຄືກັນກັບຫຼາຍໆໂປຣແກຣມການຄົ້ນຫາ, ພວກເຮົາໃຊ້ປະຫວັດການຄົ້ນຫາຂອງທ່ານແລະ ປະຫວັດທີ່ລວມເຂົ້າກັນຈາກຄົນອື່ນ ເພື່ອໃຫ້ທ່ານມີຜົນໄດ້ຮັບການຊອກຫາທີ່ດີຂຶ້ນ. ເພື່ອເພີ່ມຄວາມໄວໃນການທ່ອງເວັບ, ເວັບບຣາວເຊີຂອງ Microsoft ສາມາດເກັບເອົາ ແລະ ໃຊ້ປະຫວັດການທ່ອງເວັບເພື່ອຄາດເດົາບ່ອນທີ່ທ່ານຕ້ອງການໄປ. Cortana ສາມາດໃຫ້ຄຳແນະນຳແບບສ່ວນຕົວທີ່ອີງໃສ່ປະຫວັດການທ່ອງເວັບ ແລະ ການຄົ້ນຫາຂອງທ່ານ.
ທ່ານສາມາດເລືອກບໍ່ວ່າປະຫວັດການທ່ອງເນັດຂອງທ່ານຖືກເກັບເອົາຜ່ານການຕັ້ງຄ່າຄໍາຄິດເຫັນຕິຊົມ &ການວິນິໄສໃນ ການຕັ້ງຄ່າຄວາມເປັນສ່ວນຕົວ Windows ຂອງທ່ານຫລືບໍ່. ນອກຈາກນີ້ ທ່ານຍັງສາມາດຈັດການບໍ່ວ່າ Cortana ມີການເຂົ້າເຖິງປະຫວັດການຊອກຫາ ແລະ ປະຫວັດການການທ່ອງເນັດຂອງທ່ານໃນການຕັ້ງຄ່າ Cortana ແລະ Microsoft Edge ຫລືບໍ່.

ຂໍ້ມູນທີ່ຕັ້ງຊ່ວຍພວກເຮົາໃຫ້ທິດທາງແກ່ທ່ານໄປຫາສະຖານທີ່ທີ່ທ່ານຕ້ອງການໄປແລະ ສະແດງໃຫ້ທ່ານເຫັນຂໍ້ມູນທີ່ກ່ຽວຂ້ອງກັບບ່ອນທີ່ທ່ານຢູ່. ສຳລັບສິ່ງນີ້, ພວກເຮົາໃຊ້ທີ່ຕັ້ງທີ່ທ່ານໃຫ້ ຫຼື ທີ່ພວກເຮົາກວດພົບໂດຍໃຊ້ເຕັກໂນໂລຊີເຊັ່ນ GPS ຫຼືທີ່ຢູ່ IP.
ການກວດພົບທີ່ຕັ້ງຍັງຊ່ວຍໃຫ້ພວກເຮົາປົກປ້ອງທ່ານອີກ. ຍົກຕົວຢ່າງ, ຖ້າທ່ານມັກລົງຊື່ເຂົ້າໃຊ້ຈາກໂຕກຽວ, ແລະທັນທີທັນໃດ ທ່ານກຳລັງລົງຊື່ເຂົ້າໃຊ້ຈາກລອນດອນ, ພວກເຮົາສາມາດກວດເພື່ອຮັບປະກັນວ່າມັນແມ່ນຕົວທ່ານແທ້ບໍ.
ທ່ານສາມາດເປີດ ຫຼື ປິດການບໍລິການລະບຸທີ່ຕັ້ງສຳລັບອຸປະກອນຂອງທ່ານໄດ້ໃນການຕັ້ງຄ່າ > ຄວາມເປັນສ່ວນຕົວ > ທີ່ຕັ້ງ. ຈາກທີ່ນີ້, ທ່ານຍັງສາມາດເລືອກວ່າຈະໃຫ້ແອັບໃດເຂົ້າເຖິງທີ່ຕັ້ງຂອງທ່ານແລະຈັດການປະຫັວດຈຸດທີ່ຕັ້ງທີ່ເກັບໄວ້ໃນອຸປະກອນຂອງ ທ່ານ.

ເພື່ອຊ່ວຍໃຫ້ທ່ານຫຼີກເວັ້ນການຈາລະຈອນຕິດຂັດ, ຈື່ວັນຄົບຮອບ, ສົ່ງຂໍ້ຄວາມຫາ “Jennifer” ທີ່ຖືກຄົນໃນລາຍຊື່ຕິດຕໍ່ຂອງທ່ານ ແລະ ເຮັດຫຼາຍຢ່າງທົ່ວໄປ, Cortana ຈຳເປັນຕ້ອງຮູ້ສິ່ງທີ່ທ່ານສົນໃຈ, ສິ່ງທີ່ຢູ່ໃນປະຕິທິນຂອງທ່ານ, ແລະ ຜູ້ທີ່ທ່ານອາດຕ້ອງການເຮັດສິ່ງຕ່າງໆນຳ. ໃນເວລາທີ່ທ່ານບໍ່ຕ້ອງການທີ່ຈະເຂົ້າເຖິງແປ້ນພິມ, ພວກເຮົາສາມາດໃຊ້ຮູບແບບການສັ່ງງານດ້ວຍສຽງ ແລະ ການຂຽນດ້ວຍມືເພື່ອຊ່ວຍແປສິ່ງທີ່ທ່ານເວົ້າ ຫຼື ຂຽນລົງໃສ່ເອກະສານ ແລະ ຂໍ້ຄວາມອັກສອນ.
ຈັດການຄວາມສົນໃຈໃນ Cortana ຂອງທ່ານ ແລະ ຂໍ້ມູນອື່ນເທິງແຜງໜ້າປັດຄວາມເປັນສ່ວນຕົວ

ບາງການບໍລິການຂອງ Microsoft ໄດ້ຮັບການສະໜັບສະໜູນໂດຍການໂຄສະນາ. ເພື່ອສະແດງການໂຄສະນາທີ່ທ່ານມີຄວາມເປັນໄປໄດ້ທີ່ຈະມີຄວາມສົນໃຈ, ພວກເຮົາໃຊ້ຂໍ້ມູນເຊັ່ນວ່າ ທີ່ຕັ້ງຂອງທ່ານ, ການຄົ້ນຫາເວັບຂອງ Bing, Microsoft ຫຼື ໜ້າເວັບຂອງຜູ້ໂຄສະນາທີ່ທ່ານເບິ່ງ, ຂໍ້ມູນປະຊາກອນ, ແລະ ສິ່ງຕ່າງໆ ທີ່ທ່ານມັກ. ພວກເຮົາບໍ່ໃຊ້ສິ່ງທີ່ທ່ານເວົ້າໃນອີເມວ, ການສົນທະນາ, ການໂທເຫັນພາບ ຫຼື ຂໍ້ຄວາມສຽງ, ຫຼື ເອກະສານ, ຮູບຖ່າຍ ຫຼື ໄຟລ໌ສ່ວນຕົວອື່ນຂອງທ່ານເພື່ອເລັງເປົ້າໝາຍການໂຄສະນາໃສ່ທ່ານ.
ເພື່ອຢຸດ Microsoft ຈາກການສະແດງການໂຄສະນາໃຫ້ທ່ານທີ່ອີງໃສ່ຄວາມສົນໃຈຂອງທ່ານ, ໃຊ້ການຄວບຄຸມການໂຄສະນາຂອງພວກເຮົາແບບອອນລາຍ. ທ່ານຍັງຈະເຫັນການໂຄສະນາຢູ່, ແຕ່ພວກມັນອາດຈະບໍ່ເປັນທີ່ໜ້າສົນໃຈໃຫ້ກັບທ່ານ.

ການລົງທະບຽນສຳລັບບັນຊີ Microsoft ຂອງທ່ານເອງຊ່ວຍໃຫ້ທ່ານໃຊ້ການບໍລິການອອນລາຍເຊັ່ນວ່າ ການຕັ້ງຄ່າບ່ອນເກັບຂໍ້ມູນ ແລະ ຄອບຄົວ, ແລະ ຊ່ວຍຮັກສາການຕັ້ງຄ່າຂອງທ່ານໃຫ້ຢູ່ໃນການຊິງຄ໌ໃນທົ່ວທຸກອຸປະກອນ. ເມື່ອທ່ານເພີ່ມຂໍ້ມູນການຊຳລະເງິນໃສ່ບັນຊີຂອງທ່ານ, ການເອົາແອັບ, ການສະໝັກໃຊ້, ຮູບເງົາ, ໂທລະພາບ, ແລະ ເກມແມ່ນງ່າຍຢູ່ໃນອຸປະກອນ Windows 10 ຂອງທ່ານ
ໂດຍການຮັກສາລະຫັດຜ່ານຂອງທ່ານໄວ້ເປັນຄວາມລັບ ແລະ ການເພີ່ມຂໍ້ມູນຄວາມປອດໄພພິເສດ ເຊັ່ນວ່າ ເບີໂທລະສັບ ຫຼື ທີ່ຢູ່ອີເມວ, ທ່ານສາມາດຊ່ວຍຮັກສາໄຟລ໌, ບັດເຄຣດິດ, ປະຫວັດການທ່ອງເວັບ ແລະ ຂໍ້ມູນທີ່ຕັ້ງຂອງທ່ານໃຫ້ປອດໄພ ແລະ ດີຂຶ້ນກວ່າເກົ່າໄດ້.
ເພື່ອອັບເດດລະຫັດຜ່ານ, ຂໍ້ມູນຄວາມປອດໄພ, ແລະ ທາງເລືອກການຊຳລະເງິນ, ໃຫ້ເຂົ້າເບິ່ງ ເວັບໄຊທ໌ບັນຊີ Microsoft.

ດ້ວຍ Windows 10 ເປັນການບໍລິການພະລັງງານຂອງຄລາວ, ຂໍ້ມູນຊ່ວຍໃຫ້ພວກເຮົາສືບຕໍ່ປົກປ້ອງ ແລະ ປັບປຸງປະສົບການຂອງທ່ານ. ຍົກຕົວຢ່າງ, ເພື່ອຊ່ວຍເຮັດໃຫ້ທ່ານອອນລາຍຢ່າງປອດໄພ, ພວກເຮົາສະແກນອຸປະກອນ Windows 10 ໂດຍອັດຕະໂນມັດເພື່ອຫາມາລແວຣທີ່ຮູ້ຈັກ. ພວກເຮົາຍັງເກັບເອົາຂໍ້ມູນການວິນິໄສ, ເຊິ່ງເປັນຂໍ້ມູນຕໍ່ເນື່ອງທີ່ພວກເຮົາໄດ້ຮັບກ່ຽວກັບວິທີທີ່ລະບົບ Windows 10 ຂອງທ່ານກຳລັງປະຕິບັດການຢູ່, ເພື່ອໃຫ້ອຸປະກອນຂອງທ່ານໃຊ້ງານໄດ້ດີ. ດັ່ງນັ້ນ ຖ້າພວກເຮົາຮູ້ວ່າມີບັນຫາກັບປະເພດສະເພາະຂອງດຣາຍເວີເຄື່ອງພິມ, ພວກເຮົາສາມາດສົ່ງດຣາຍເວີທີ່ຖືກຕ້ອງໃຫ້ພຽງແຕ່ຜູ້ທີ່ໃຊ້ເຄື່ອງພິມປະເພດນັ້ນເທົ່ານັ້ນ.
ພວກເຮົາຍັງໃຫ້ທ່ານທີ່ມີຈຳນວນຂອງການຄວບຄຸມສຳລັບວິທີນຳໃຊ້ຂໍ້ມູນເພື່ອການຈັດສົ່ງການບໍລິການ ແລະ ປະສົບການທີ່ເປັນແບບສ່ວນຕົວໃນ Windows 10. ທ່ານສາມາດປັບການຕັ້ງຄ່າຄວາມເປັນສ່ວນຕົວ Windows 10 ຂອງທ່ານສຳລັບທຸກຢ່າງຈາກຂໍ້ມູນການວິນິໄສພື້ນຖານ ເປັນການບໍລິການທີ່ເປັນສ່ວນຕົວໄດ້ຕະຫຼອດເວລາ ໂດຍການໄປທີ່ ການຕັ້ງຄ່າ > ຄວາມເປັນສ່ວນຕົວ > ການວິນິໄສ & ຄຳຄິດເຫັນຕິຊົມ.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຄວາມເປັນສ່ວນຕົວໃນຜະລິດຕະພັນຂອງພວກເຮົາ, ກະລຸນາເບິ່ງ ໜ້າແຫຼ່ງຂໍ້ມູນຄວາມເປັນສ່ວນຕົວ.